Home Blog

ທ່ານ ພູໂຂງ ສີສຸລາດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ແລະ ການາດາ ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ໂດນັນ ທຣຳ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ.

299
President Donald Trump participates in an ambassador credentialing ceremony with Laotian Ambassador to the U.S. Phoukhong Sisoulath, Friday, September 5, 2025, in the Oval Office. (Official White House Photo by Joyce N. Boghosian)

ໃນຕອນເຊົ້າຂອງວັນທີ 05 ກັນຍາ 2025 ທີ່ ທຳນຽບຂາວ, ທ່ານ ພູໂຂງ ສີສຸລາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ໂດນັນ ທຣຳ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະລັດ ອາເມລິກາ ຄົນໃໝ່, ເຊິ່ງມີສຳນັກງານການທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ (Washington, D.C.).

​          ໃນໂອກາດ​ດັ່ງກ່າວ, ທ່ານທູດ ພູໂຂງ ສີສຸລາດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງພະນະທ່ານປະທານາທິບໍດີ ໂດນັນ ທຣຳ ກໍ່ຄື ລັດຖະບານ ແລະ ປະຊາຊົນອາເມລິກາ. ພ້ອມກັນນັ້ນ, ທ່ານທູດ ພູໂຂງ ສີສຸລາດ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈອັນຈິງໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງລັດຖະບານສະຫະລັດ ອາເມລິກາ ພາຍໃຕ້ຂອບການຮ່ວມມືແບບກວມລວມ ຊຶ່ງຜູ້ນຳຂອງສອງປະເທດໄດ້ລົງນາມຮ່ວມກັນໃນປີ 2016 ເປັນຕົ້ນມາ ກວມເອົາບັນດາຂົງເຂດເປັນຕົ້ນແມ່ນການເກັບກູ້ລະເບີດທີ່ບໍ່ທັນແຕກ, ການສຶກສາ ແລະ ການຝຶກອົບຮົມ, ສາທາລະນະສຸກ, ການບັງຄັບໃຊ້ກົດໝາຍ ແລະ ຂົງເຂດອື່ນໆອີກ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຊຸມປີຜ່ານມາ, ພ້ອມທັງເປັນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືລາວ-ອາເມລິກາ. ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນລະຫວ່າງສອງປະເທດ ລາວ-ອາເມລິກາ ທີ່ມີສາຍພົວພັນທາງການທູດອັນຍາວນານນຳກັນເປັນເວລາ 70 ປີມາຮອດປັດຈຸບັນ, ທ່ານທູດ ພູໂຂງ ສີສຸລາດ ຍັງໄດ້ຢືນຢັນຄໍາໝາຍໝັ້ນໃນການປະຕິບັດໜ້າທີ່ການທູດຂອງຕົນໃຫ້ດີທີ່ສຸດ ເພື່ອສືບຕໍ່ຮັກສາ, ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ໃຫ້ເກີດດອກອອກຜົນ ບົນພື້ນຖານການເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ເພື່ອຜົນປະໂຫຍດຮ່ວມຂອງປະຊາຊົນສອງປະເທດ.

ໃນຂະນະດຽວກັນ, ປະທານາທິບໍດີ ໂດນັນ ທຣຳ ໄດ້ຕີລາຄາສູງຕໍ່ສາຍພົວພັນການທູດ ລາວ-ອາເມລິກາ ຄົບຮອບ 70 ປີ ທີ່ເປັນຂີດຫມາຍສໍາຄັນຂອງການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນການຄົ້ນຫາທະຫານອາເມລິກາ ທີ່ຫາຍສາບສູນຢູ່ລາວ ໃນປາງສົງຄາມ, ການແກ້ໄຂບັນຫາຄົນເຂົ້າເມືອງຜິດກົດໝາຍໃນອາເມລິກາ ແລະ ອື່ນໆ. ນອກຈາກນັ້ນ, ປະທານາທິບໍດີ ທຣຳ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2024 ແລະ ຢືນຢັນຄວາມໝາຍໝັ້ນໃນການເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວ ເພື່ອສືບຕໍ່ສົ່ງເສີມສັນຕິພາບ ແລະ ຄວາມສົມບູນພູນສຸກຂອງສອງປະເທດ ລາວ-ອາເມລິກາ ກໍ່ຄືໃນທົ່ວອາຊີຕາເວັນອອກສ່ຽງໃຕ້.

ທ່ານ ພູໂຂງ ສີສຸລາດ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສະຫະລັດ ອາເມລິກາ ເປັນຄົນທີ 9 ນັບຕັ້ງແຕ່ປີ 1975 ເປັນຕົ້ນມາ.

ນອກຈາກນີ້, ທ່ານ ພູໂຂງ ສີສຸລາດ ໃນຖານະເປັນເອກອັກຄະລັດຖະທູດແຕ່ງຕັ້ງປະຈຳການາດາ ກໍມີແຜນເດີນທາງໄປການາດາ ໃນອະນາຄົດອັນໃກ້ນີ້ ເພື່ອຍື່ນສານຕາຕັ້ງຕໍ່ຜູ້ສໍາເລັດຣາຊະການ ແຫ່ງ ການາດາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ການາດາ ໂດຍມີສຳນັກງານການທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ, ສະຫະລັດ ອາເມລິກາ.

ທ່ານທູດ ສີສະຫວາດ ອິນພະຈັນ ເຂົ້າຮ່ວມພິທີເປີດຫ້ອງການກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ປະເທດການາດາ

ໃນວັນທີ 31 ມີນາ 2023, ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ອາເມລິກາ ແລະ ການາດາ ໄດ້ເຂົ້າຮ່ວມພິທີເປີດຫ້ອງການກົງສຸນກິດຕິມະສັກແຫ່ງ ສປປ ລາວ ປະຈຳ ປະເທດການາດາ ທີ່ມີຫ້ອງການຕັ້ງຢູ່    ເຂດເມືອງ Richmond, ແວນຄູເວີ, ລັດບຼິທິສ໌ ໂກລຳເບຍ. ເຂົ້າຮ່ວມໃນພິທີດັ່ງກ່າວຈາກຝ່າຍການາດາມີ ທ່ານ Wilson Miao, ສະມາຊິກສະພາສູນກາງຈາກເຂດເລືອກຕັ້ງ Richmond, ທ່ານ ນາງ Alexa Loo, ວ່າການເຈົ້າເມືອງ Richmond, ແລະ ຈາກຝ່າຍລາວມີ ທ່ານ ພູເງິນ ສີອາໂນໄທ, ຄະນະກຳມະການສູນກາງແນວລາວສ້າງຊາດ ປະຈຳການາດາ, ທີມງານລາວທີວີການາດາ ແລະ ຄົນເຊື້ອຊາດລາວຢູ່ປະເທດການາດາຈຳນວນຫນຶ່ງ ທີ່ມາຈາກລັດອົງຕາຣິໂອ, ເກເບັກ ແລະ ເມືອງແວນຄູເວີ ລວມທັງໝົດ 20 ກວ່າ ຄົນ. ນອກນັ້ນ, ໃນງານລ້ຽງຮັບຮອງຈັດໂດຍທ່ານກົງສຸນກິດຕິມະສັກ ກໍ່ມີແຂກການາດາທີ່ສຳຄັນຈຳນວນໜຶ່ງເຂົ້າຮ່ວມເຊັ່ນ: ທ່ານ Bruce Ralston, ສະມາຊິກສະພານິຕິບັນຍັດ ທັງເປັນຜູ້ຕາງໜ້າເຈົ້າຄອງລັດບຼິດທິສ໌ ໂກລຳເບຍ ແລະ ທ່ານ Phil Calvert, ອະດີດທູດການາດາ ປະຈຳລາວ.

ໃນພິທີດັ່ງກ່າວ, ທ່ານທູດ ສີສະຫວາດ ອິນພະຈັນ ໄດ້ມີຄຳເຫັນສະແດງຄວາມຊົມເຊີຍຕໍ່ທ່ານກົງສຸນກິດຕິມະສັກທີ່ໄດ້ປະກອບ ສ່ວນເຄື່ອນໄຫວວຽກງານໃນຖານະກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ. ພ້ອມນີ້, ທ່ານທູດ ຍັງໄດ້ຍົກໃຫ້ເຫັນການຮ່ວມມືສອງຝ່າຍລາວ-ການາດາ ແລະ ໄດ້ສະເຫນີໃຫ້ທ່ານກົງສຸນກິດຕິມະສັກສືບຕໍ່ປະຕິບັດຫນ້າທີ່ວຽກງານຕາມພາລະບົດບາດຂອງຕົນ ຢ່າງມີປະສິດທິພາບໃນການສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສປປ ລາວ ຢູ່ ການາດາ ໃຫ້ຫຼາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນລາວ ແລະ ການາດາ ໃຫ້ນັບມື້ນັບຫຼາຍຂຶ້ນຕາມທ່າແຮງຂອງສອງປະເທດ. ປັດຈຸບັນ, ການຄ້າ ແລະ ການລົງທຶນ ລະຫວ່າງລາວ ແລະ ການາດາ ໄດ້ມີບາດກ້າວຂະຫຍາຍຕົວໄປໃນທາງບວກ ແລະ ນັກລົງທຶນການາດາ ໄດ້ເລີ່ມມີການລົງທຶນຢູ່ລາວໃນ   ບາງຂົງເຂດເປັນຕົ້ນແມ່ນດ້ານເອເລັກໂຕຼນິກ, ເຕັກໂນໂລຊີ, ການຢາ ແລະ ການປຸງແຕ່ງອາຫານ. ນອກຈາກນັ້ນ, ທ່ານທູດ        ສີສະຫວາດ ອິນພະຈັນ ຍັງໄດ້ຖືໂອກາດນີ້ຢ້ຽມຢາມຖາມຂ່າວພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ແວນຄູເວີ ເພື່ອສ້າງຄວາມລຶ້ງເຄີຍ ແລະ ຮັດແໜ້ນຄວາມສາມັກຄີ-ຮັກແພງ ລະຫວ່າງສະຖານທູດກັບພີ່ນ້ອງຄົນເຊື້ອຊາດລາວທີ່ລັດດັ່ງກ່າວໃຫ້ກວ້າງຂວ້າງ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ຈອນ ພັນທຸແພງ ເປັນກົງສຸນກິດຕິມະສັກຜູ້ທີ 2 ຂອງ ສປປ ລາວ ຖັດຈາກທ່ານ Michele Sorrenti ທີ່ໝົດວາລະໃນປີ 2020. ທ່ານ ຈອນ ພັນທຸແພງ ໄດ້ຮັບການແຕ່ງຕັ້ງເປັນກົງສຸນກິດຕິມະສັກແຫ່ງ ສປປ ລາວ ປະຈຳ ການາດາ ໃນວັນທີ 19 ມັງກອນ 2021, ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ເລື່ອນການເປີດຫ້ອງການມາຈົນເຖິງປັດຈຸບັນ.

ແຈ້ງການວັນພັກ