63.7 F
District of Columbia
Wednesday, May 31, 2023
Laoembassycom
Home 2021 April

Monthly Archives: April 2021

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ອວຍພອນປີໃໝ່ລາວ ພສ 2564

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ. ໃນໂອກາດສົ່ງທ້າຍປີເກົ່າປີຊວດ ແລະຕ້ອນຮັບປີໃໝ່ປີສະຫລຸພສ 2564 ຂ້າພະເຈົ້າຂໍຖືໂອກາດອັນເລີກງາມຍາມດີ ວັນທີ່ເປັນມຸງຄຸນນີ້ສົ່ງຄຳອວຍພອນອັນປະ ເສີດມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນນ້ອງເຊື້ອຊາດລາວທີ່ອາໃສຢູ່ຕ່າງປະເທດ ກໍ່ຄືຊາວຕ່າງປະ ເທດທີ່ກຳລັງປະຕິບັດໜ້າທີ່ ແລະທຳມາຫາກິນຢູ່ ສປປລາວ ຂໍໃຫ້ທຸກໆທ່ານປາສະຈາກໂລກໄພໄຂ້ ເຈັບ, ປອດໄພຈາກພະຍາດໂຄວິດ19 ມີພາລະນາໄມສົມບູນ ສຸກກາຍສຸກໃຈ ແລະມີຄວາມຈະເລີນກ້າວໜ້າທຸກປະການ. ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ ໃນປີເກົ່າ ພສ 2563 ທີ່ພວມຜ່ານພົ້ນໄປນັ້ນ ເວົ້າລວມແລ້ວກໍ່ເປັນອີກປີໜື່ງແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກທົ່ວລັດ ແລະທົ່ວປວງຊົນລາວທັງຊາດໃນການອອກເຫື່ອເທແຮງສຸມກຳລັງຂອງຕົນເຂົ້າໃນການພັດທະນາ, ສ້າງສາປະເທດຊາດອັນແສນຮັກຂອງພວກເຮົາຢ່າງເປັນຂະບວນຟົດຟື້ນຢ່າງສະເໝີມາ,...