ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ອາເມລິກາ ແລະ ການາດາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານສະຖາບັນອາເມລິກາ-ອາຊີ ໃນວັນທີ 4 ສິງຫາ 2022 ທີ່ ສະຖານທູດ

 

ໃນຕອນເຊົ້າຂອງວັນຈັນທີ 4 ສິງຫາ 2022, ພະນະທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳສະຫະລັດອາເມລິກາ ແລະ ການາດາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Glenn Lau-Kee, ປະທານສະຖາບັນອາເມລິກາ-ອາຊີ (US-Asia Institution) ແລະ ຄະນະ ທີ່ປະຈໍາຢູ່ຫ້ອງການຂອງສະຖາບັນສາຂາທີ່ນິວຢອກ, ເພື່ອພົບປະທໍາຄວາມຮູ້ຈັກໃນໂອກາດທີ່ທ່ານເອກອັກຄະລັດຖະທູດໄດ້ຖືກແຕ່ງຕັ້ງມາຮັບໜ້າທີ່ໃໝ່ ແລະ ໃນໂອກາດທີ່ທ່ານ Glenn ໄດ້ເດີນທາງເຄື່ອນໄຫວຢູ່ນະຄອນຫຼວງວໍຊິງຕັນ,​ ດີຊີ. ໃນໂອກາດດັ່ງກ່າວ ທ່ານ Glenn,​ ໄດ້ລາຍງານໂດຍຫຍໍ້ກ່ຽວກັບພາລະບົດບາດ ແລະ ການເຄື່ອນໄຫວຂອງສະຖາບັນອາເມລິກາ-ອາຊີ ຫຼື USAI, ເຊິ່ງເປັນອົງການບໍ່ຂຶ້ນກັບລັດຖະບານ ທີ່ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1979 ໂດຍທ່ານ Joji Konoshima ແລະ ທ່ານ Esther G.Kee ພາຍຫຼັງກອງປະຊຸມຜູ້ແທນຈາກສະມາຄົມອາເມລິກາ-ອາຊຽນ ທີ່ ທໍານຽບຂາວໃນປີ 1978 ໂດຍໄດ້ຮັບການສະໜັບສະໜູນຈາກທ່ານ Jimmy Carter, ອະດີດປະທານາທິບໍດີອາເມລິກາ ແລະ ທ່ານ Rchard C. Holbrooke, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າຫ້ອງການອາຊີ-ປາຊີຟິກ ກະຊວງການຕ່າງສປະເທດ ສ.ອາເມລິກາ. ສະຖາບັນ USIA ໄດ້ເຮັດວຽກໃນການສົ່ງເສີມຄວາມເຂົ້າໃຈອັນດີລະຫວ່າງສ.ອາເມລິກາ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຜ່ານການຈັດຕັ້ງນຳພາຄະນະຜູ້ແທນຝ່າຍນິຕິບັນຍັດ, ທີ່ປຶກສາສະມາຊິກສະພາ ແລະ ເຈົ້າໜ້າທີ່ກ່ຽວຂ້ອງອື່ນໆ ໃນການຢ້ຽມຢາມ ແລະ ພົບປະຄູ່ຮ່ວມຕໍາແໜ່ງຢູ່ບັນດາປະເທດອາຊຽນ,  ເຊິ່ງນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ສະຖາບັນດັ່ງກ່າວໄດ້ນຳພາຄະນະຜູ້ແທນເດີນທາງຢ້ຽມຢາມປະເທດໃນເຂດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ຫຼາຍກວ່າ 200 ຄະນະ ເຊັ່ນ: ສປ.ຈີນ, ສ.ເກົາຫຼີ, ຍີ່ປຸ່ນ,​ ສິງກະໂປ, ໄທ,​ ມາເລເຊຍ ແລະ ອິນໂດເນເຊຍ. ພ້ອມນີ້, ຍັງເຮັດວຽກຮ່ວມກັບສະມາຊິກລັດຖະສະພາ ແລະ ທີ່ປຶກສາ ແລະ ອົງການລັດຖະບານ ໃນການສ້າງສາຍພົວພັນທີ່ດີຮ່ວມກັບບັນດານັກການທູດຕ່າງປະເທດປະຈຳສ.ອາເມລິກາ, ພາກທຸລະກິດ ແລະ ສະຖາບັນຄົ້ນຄວ້າຕ່າງໆ ຜ່ານການຈັດກອງປະຊຸມ, ສຳມະນາ, ການລາຍງານສະພາບການຕ່າງໆ ຮ່ວມກັບພາກສ່ວນກ່ຽວຂ້ອງຂອງສ.ອາເມລິກາ ແລະ ເຈົ້າໜ້າທີ່ປະເທດອາຊຽນ, ຜູ້ນຳທາງທຸລະກິດ ແລະ ຜູ້ຊ່ຽວຊານໃນການຄົ້ນຄວ້າຕ່າງໆ​. ນອກນີ້​, ທາງສະຖາບັນຍັງສົ່ງເສີມ ແລະ ສ້າງໂອກາດໃຫ້ແກ່ນັກຮຽນ ແລະ ນັກຄົ້ນຄວ້າໄວໜຸ່ມ ໃນການສຶກສານະໂຍບາຍກ່ຽວຂ້ອງກັບສາຍພົວພັນລະຫວ່າງອາເມລິກາ-ອາຊີ ຜ່ານໂຄງການຝຶກງານ ແລະ ການພັດທະນາຄວາມເປັນມືອາຊີບ.

ໃນໂອກາດດັ່ງກ່າວ, ທ່ານ ທູດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ທ່ານ Glenn ແລະ ຄະນະ ແລະ ໄດ້ຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງສະຖາບັນອາເມລິກາ-ອາຊີ ໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມຄວາມເຂົ້າໃຈອັນດີ ລະຫວ່າງພາກສ່ວນກ່ຽວຂ້ອງຂອງອາເມລິກາຕໍ່ບັນດາປະເທດໃນພາກພື້ນອາຊີ ແລະ ອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ຢືນຢັນວ່າ ສະຖານທູດແຫ່ງ ສປປລາວ ກໍ່ຄືທ່ານທູດ ຈະປະກອບສ່ວນເຮັດໃຫ້ມີການຮ່ວມມືທີ່ດີກັບສະຖາບັນ USIA ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ສ.ອາເມລິກາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ນັບມື້ນັບຂະຫຍາຍຕົວຍິງໆຂຶ້ນ. ນອກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳເຫັນຕໍ່ບາງບັນຫາພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.