Home Blog ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ສຳເລັດຣາຊະການ ແຫ່ງ ການາດາ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ສຳເລັດຣາຊະການ ແຫ່ງ ການາດາ

0

Lao Ambassador has presented Credentials to Governor General of Canada

PO 2 Louis Dubé, Rideau Hall © OSGG, 2026
Click here for more pictures

ໃນຕອນບ່າຍຂອງວັນທີ 22 ມັງກອນ 2026, ທີ່ທໍານຽບຜູ້ສໍາເລັດຣາຊະການ (Rideau Hall), ນະຄອນຫຼວງໂອຕາວາ, ປະເທດການາດາ, ທ່ານ ພູໂຂງ ສີສຸລາດ ໄດ້ຍື່ນສານຕາຕັ້ງຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ພະນະທ່ານ ນາງ ແມຣີ ໄຊມອນ (Mary Simon), ຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳການາດາ, ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ, ສ.ອາເມລິກາ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນຂອງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ນາງ ແມຣີ ໄຊມອນ ແລະ ຜ່ານຜູ້ສໍາເລັດຣາດຊະການ ໄປຍັງລັດຖະບານ ແລະ ປະຊາຊົນການາດາ. ພະນະທ່ານຜູ້ສໍາເລັດຣາຊະການ ແຫ່ງ ການາດາ ໄດ້ສະແດງຄວາມຂອບໃຈໄປຍັງພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ສະແດງຄວາມຍິນດີຊົມເຊີຍຕໍ່ການມາຮັບຫນ້າທີ່ ຂອງທ່ານເອກະອັກຄະລັດຖະທູດລາວຄົນໃຫມ່ ປະຈໍາ ການາດາ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງການາດາ-ລາວ, ການຮ່ວມມື ແລະ ສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນເວທີຫລາຍຝ່າຍໃນໄລຍະຜ່ານມາ. ທ່ານທູດລາວ ໄດ້ສະແດງຄວາມຂອບໃຈຕໍ່ພະນະທ່ານຜູ້ສໍາເລັດຣາຊະການ ແຫ່ງ ການາດາ ກໍຄື ຕໍ່ທາງການການາດາ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນຄວາມຫມາຍຫມັ້ນທີ່ຈະປະຕິບັດຫນ້າທີ່ຂອງຕົນຢ່າງຕັ້ງຫນ້າເພື່ອຊຸກຍູ້, ສົ່ງເສີມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ການາດາ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນໄປເລື້ອຍໆ, ສປປ ລາວ ໃນຖານະເປັນປະເທດປະສານງານອາຊຽນ-ການາດາ ຈະສືບຕໍ່ປະກອບສ່ວນຢ່າງຫ້າວຫັນເພື່ອຮັດແຫນ້ນການເປັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ການາດາ ລວມທັງການເຈລະຈາຮ່າງສັນຍາການຄ້າເສລີອາຊຽນ-ການາດາ (ACAFTA) ໃຫ້ສໍາເລັດຕາມທີ່ສອງຝ່າຍໄດ້ຄາດຫມາຍໄວ້.

ໃນໂອກາດໄປຍື່ນສານຕາຕັ້ງຕໍ່ຜູ້ສໍາເລັດຣາຊະການ ແຫ່ງ ການາດາ, ໃນວັນ 23 ມັງກອນ 2026 ທ່ານ ພູໂຂງ ສີສຸລາດ

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ການາດາ ກໍໄດ້ເຄື່ອນໄຫວພົບປະສອງຝ່າຍກັບເຈົ້າຫນ້າທີ່ທີ່ກ່ຽວຂ້ອງຂອງການາດາ ລວມມີ ທ່ານ ອາລັນ ບາວແມນ (Alan Bowman), ຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ ແລະ ໂອຊີອານີ; ທ່ານ ນ. ແມຣີ ຄາເທີຣິນ ສະເປັຍສ໌ (Mary-Catherine Speirs), ຫົວຫນ້າກົມເຈລະຈາການຄ້າ; ທ່ານ ນ. ຢູດິດ ເຢລບແມນ (Judith Gelbman), ຫົວຫນ້າພະແນກແຜນງານຫລາຍຝ່າຍ ແລະ ພາກພື້ນ; ແລະ ທ່ານ ຕີໂມທີ ແອດເວີດສ໌ (Timothy Edwards), ຫົວຫນ້າພະແນກຫລຸດຜ່ອນໄພຂົ່ມຂູ່ຈາກອາວຸດ, ກະຊວງວຽກງານສາກົນການາດາ (Global Affairs Canada). ໃນການພົບປະ, ທັງສອງຝ່າຍໄດ້ສົນທະນາແລກປ່ຽນຢ່າງກົງໄປກົງມາ ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືລາວ-ການາດາໃນດ້ານຕ່າງໆ ລວມທັງກົນໄກປຶກສາຫາລືທາງດ້ານການເມືອງ ( Political Consultation), ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ການທູດປະຊາຊົນ, ທຶນການສຶກສາ ລວມທັງການສົ່ງເສີມການສຶກສາ ແລະ ນໍາໃຊ້ພາສາຝຣັ່ງ ຢູ່ ສປປ ລາວ; ພ້ອມກັນນັ້ນ, ທັງສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະຮ່ວມກັນໃນການສົ່ງເສີມການຮ່ວມມື ອາຊຽນ-ການາດາ ການສຸມໃສ່ການເຈລະຈາຮ່າງສັນຍາການຄ້າເສລີອາຊຽນ-ການາດາ (ACAFTA), ການຊ່ວຍເຫລືອເພື່ອການພັດທະນາ ແລະ ດ້ານວິຊາການຂອງການາດາໃຫ້ແກ່ອາຊຽນ ລວມທັງ ສປປ ລາວ, ການກະກຽມຂອງ ສປປ ລາວ ໃນການເປັນເຈົ້າພາບກອງປະຊຸມທົບທວນຄັ້ງທີ 3 ສົນທິສັນຍາລະເບີດລູກຫວ່ານ ໃນທ້າຍປີ 2026, ການຊ່ວຍເຫລືອຂອງການນາດາ ໃນຂະບວນການກະກຽມໃຫ້ແກ່ກອງປະຊຸມກັ່ງກ່າວ ກໍຄືໃນວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ. ໃນໂອກາດໄປເຄື່ອນໄຫວຢູ່ການາດາ, ທ່ານເອກອັກຄະລັດຖະທູດລາວຄົນໃໝ່ຍັງໄດ້ພົບປະຢື້ຢາມຖາມຂ່າວກັັບພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ການາດາ ໂດຍສະເພາະຢູ່ເມືອງຄິດຈະເນີ  ( Kitchener ) ແລະ ເມືອງໃກ້ຄຽງໃນແຂວງອອນຕາລິໂອ ( Ontario) ອີກດ້ວຍ. ການພົບປະກັບພີ່ນ້ອງເຊື້ອຊາດລາວໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ຄວາມພູມໃຈໃນຕົ້ນກຳເນີດເປັນລາວ ແລະ ມໍລະດົກວັດທະນາທຳອັນອຸດົມຮັ່ງມີຂອງຄົນລາວ.

Click here for the English version

On 22 January 2026, at Rideau Hall in Ottawa, H.E Mr. Phoukhong Sisoulath, Ambassador-designate of the Lao PDR, presented the Letters of Credence from His Excellency Mr. Thongloun Sisoulith, President of the Lao People’s Democratic Republic, to Her Excellency Mary Simon, Governor General and Commander-in-Chief of Canada, accrediting him as the new Ambassador Extraordinary and Plenipotentiary of the Lao People’s Democratic Republic to Canada, with the chancery  in Washington, D.C.

On this occasion, the New Lao Ambassador conveyed the warm greetings and best wishes of His Excellency Mr. Thongloun Sisoulith, President of the Lao PDR, to Her Excellency the Governor General and, through her, to the Government and people of Canada.

Her Excellency Governor General of Canada expressed her appreciation to the President of the Lao PDR and extended her congratulations to the newly appointed Lao Ambassador on the assumption of his duties in Canada. She also highly valued the friendly relations and cooperation between Canada and Laos, as well as the mutual support between the two countries in multilateral forums over the years.

The Lao Ambassador expressed his sincere appreciation to Her Excellency the Governor General and to the Canadian authorities for the warm welcome extended to him, and reaffirmed his strong commitment to fulfilling his duties to further promote and strengthen the friendly relations and cooperation between the Lao PDR and Canada. The Ambassador also reassured that the Lao PDR, in the capacity of ASEAN–Canada Country Coordinator, would continue to play an active role in strengthening the ASEAN–Canada Strategic Partnership, particularly in advancing the negotiations on the ASEAN–Canada Free Trade Agreement (ACAFTA), aiming at its conclusion as envisioned by both sides.

On this occasion, on 23 January 2026, H.E Mr. Phoukhong Sisoulath, Ambassador Extraordinary and Plenipotentiary of the Lao People’s Democratic Republic to Canada held bilateral meetings with relevant Canadian authorities of Global Affairs Canada, namely Mr. Alan Bowman, Director General for the Southeast Asia and Oceania Bureau; Ms. Mary-Catherine Speirs, Director General for the Trade Negotiations Bureau; Ms. Judith Gelbman, Director of the Multilateral and Regional Programming Division; and Mr. Timothy Edwards, Director of the Weapons Threat Reduction Programs Division. During the meetings, the Lao and Canadian sides had constructive exchange of views and perspectives aimed at further strengthening and expanding Lao–Canada bilateral relations and cooperation in various fields, including political consultation, trade, investment, tourism, people-to-people diplomacy, scholarships, as well as the promotion of teaching and use of the French language in the Lao PDR. Both sides also exchanged views on enhancing ASEAN–Canada cooperation, with a particular focus on the ongoing negotiations of an ASEAN–Canada Free Trade Agreement (ACAFTA); Canada’s development assistance and technical aid to ASEAN, benefiting the Lao PDR as an ASEAN member state;  the Lao PDR’s preparations to host the Third Review Conference of the Convention on Cluster Munitions in late 2026. Discussions also covered Canada’s support for the preparations for the Review Conference, as well as its continued assistance in unexploded ordnance (UXO) clearance efforts in the Lao PDR. During this official trip to Canada, the new Ambassador of Laos to Canada also took the opportunity to visit and meet with members of the Lao diaspora in Kitchener city, Ontario province. The meeting went in the spirit of friendship, the pride of Lao roots, as well as the rich Lao culture heritage.