Home Uncategorized ພິທີສະເຫຼີມສະຫຼອງວັນຊາດ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຢູ່ ສປປ ລາວ

ພິທີສະເຫຼີມສະຫຼອງວັນຊາດ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຢູ່ ສປປ ລາວ

0
ພິທີສະເຫຼີມສະຫຼອງວັນຊາດ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຢູ່ ສປປ ລາວ

ກ່ອນຈະເຂົ້າພິທີທາງການ, ຜູ້ເຂົ້າຮ່ວມຊຸມນຸມ ໄດ້ຮັບຊົມການສະແດງສິນລະປະ ຈາກຄະນະຕ່າງໆ, ຊຶ່ງການສະແດງດັ່ງກ່າວ ລ້ວນແຕ່ມີເນື້ອໃນສ່ອງແສງເຖິງໝາກຜົນ ແຫ່ງການນຳພາອັນສະຫຼາດສ່ອງໃສ ແລະ ມີໄຫວພິບ ຂອງພັກປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ ໂດຍສະເພາະ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ເປັນຕົ້ນ ຜົນສຳເລັດ ກໍ່ຄື ການເຕີບໃຫຍ່ຂະຫຍາຍຕົວທາງດ້ານຕ່າງໆ ໃນການພັດທະນາເສດຖະກິດ-ສັງຄົມ, ລວມທັງ ແບບຢ່າງອັນດີງາມ, ຄຸນສົມບັດສິນທຳປະຕິວັດ, ແບບແຜນນຳພາ-ວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດ ຂອງປະທານ ໄກສອນ ພົມວິຫານ.

ສຳລັບພິທີທາງການ, ໄດ້ຮັບຟັງການກ່າວສູນທອນພົດ ສະເຫຼີມສະຫຼອງວັນຊາດ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຈາກທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ຊຶ່ງເນື້ອໃນຂອງສູນທອນພົດ ໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນ ຂອງວັນຊາດ ທີ 2 ທັນວາ, ຊຶ່ງປະທານ ໄກສອນ ພົມວິຫານ ໄດ້ຢືນຢັນຕະຫຼອດວ່າ “ວັນທີ 2 ທັນວາ ເປັນວັນໄຊຊະນະປະຫວັດການ ທີ່ມີຄວາມໝາຍຍຸກສະໄໝ ອັນເລິກເຊິ່ງ, ເປັນໝາກຜົນລວມຍອດ ແຫ່ງການຕໍ່ສູ້ປະຕິວັດ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ, ຄວາມທຸກຍາກລຳບາກ ຕະຫຼອດຫຼາຍສິບປີ ຂອງປະຊາຊົນເຮົາ ພາຍໃຕ້ການນຳພາ ຂອງພັກກອມມູນິດອິນດູຈີນ ໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ”. ພ້ອມກັນນັ້ນ ກໍ່ໄດ້ຍົກໃຫ້ເຫັນໝາກຜົນແຫ່ງການນໍາພາຂອງພັກ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງ ສປປ ລາວ ຕະຫຼອດໄລຍະ 45 ປີ ແລະ 30 ກວ່າປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ລວມທັງ ບົດຮຽນຈຳນວນໜຶ່ງ ທີ່ພັກເຮົາສາມາດສະຫຼຸບໄດ້ ແລະ ລະບຸໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກຜ່ານມາ. ໃນນັ້ນ ຜົນສຳເລັດອັນພົ້ນເດັ່ນ ແມ່ນສາມາດຮັກສາໝາກຜົນຂອງການປະຕິວັດ ກໍ່ຄືອຳນາດ, ອະທິປະໄຕ, ເຂດນໍ້າແດນດິນອັນຄົບຖ້ວນ ຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄປ ຂອງສັງຄົມ; ເສດຖະກິດ ມີການຂະຫຍາຍຕົວ ໄປຕາມທິດທີ່ກຳນົດໄວ້, ລາຍຮັບສະເລ່ຍໃສ່ຫົວຄົນ ໄດ້ 2.664 ໂດລາສະຫະລັດ;  ໂຄງລ່າງພື້ນຖານໄດ້ຮັບການພັດທະນາ ສາມາດປົດປ່ອຍ ປະ ເທດເຮົາ ທີ່ເປັນປະເທດ ບໍ່ມີຊາຍແດນ ຕິດຈອດກັບທະເລ ກາຍເປັນປະເທດ ເຊື່ອມຈອດ-ເຊື່ອມໂຍງ ກັບ ປະເທດເພື່ອນບ້ານ   ແລະ ສາກົນ; ສັງຄົມ ໄດ້ຮັບການປັບປຸງ ແລະ ພັດທະນາ ທັງປະລິມານ ແລະ ຄຸນນະພາບດີຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ຄຸນນະພາບການສຶກສາ, ສາທາລະນະສຸກ, ສີມືແຮງງານ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໂດຍລວມໄດ້ຮັບການປັບປຸງ, ຍົກລະດັບດີ ຂຶ້ນ ທັງທາງດ້ານວັດຖຸ ແລະ ຈິດໃຈ; ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ ໃຫ້ອຸດົມຮັ່ງມີ ຊຶ່ງອັນເອກອ້າງທະນົງໃຈ ແມ່ນເມືອງຫຼວງພະບາງ, ວັດພູຈຳປາສັກ, ໄຫຫີນຊຽງຂວາງ ແລະ ສຽງແຄນ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກ ທາງດ້ານວັດທະນະທຳ; ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແມ່ນໄດ້ຮັບການຄຸ້ມຄອງດ້ວຍກົດໝາຍ, ທັງມີຄວາມສະເໝີພາບ, ມີຄວາມເຂັ້ມງວດ ແລະ ສັກສິດຫຼາຍຂຶ້ນເປັນກ້າວໆ, ຮອດປະຈຸບັນ ໄດ້ປະກາດໃຊ້ກົດໝາຍແລ້ວ 152 ສະບັບ; ມີການພົວພັນການທູດກັບ 143 ປະເທດ, ພົວພັນກັບ 139 ພັກການເມືອງ, ຖານະບົດບາດ ແລະ ຊື່ສຽງ ຂອງ ສປປ ລາວ ໄດ້ຮັບການເຊີດຊູຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ທີ່ກຳລັງປະເຊີນ, ທ່ານ ປະທານປະເທດ ໄດ້ເນັ້ນໜັກໃຫ້ພວກເຮົາ ຕ້ອງໄດ້ເພີ່ມເຕີມ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ ແລະ ບົດຮຽນຕ່າງໆ ທີ່ສະສົມໄດ້ ໃນໄລຍະຜ່ານມາ ໃຫ້ເຂົ້າສູ່ລວງເລິກກວ່າເກົ່າ, ພ້ອມນັ້ນ ກໍ່ຕ້ອງເພີ່ມທະວີ ການນຳພາ-ຊີ້ນຳ ທີ່ເປັນເອກະພາບ, ເປັນເຈົ້າການ ແລະ ປະດິດສ້າງ ຂອງຄະນະພັກແຕ່ລະຂັ້ນ ເຂົ້າໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ໄດ້ຮັບຜົນສຳເລັດ ຢ່າງຈົບງາມ. ນອກຈາກນັ້ນ ກໍ່ເນັ້ນໜັກ ໃຫ້ເອົາໃຈໃສ່ບາງບັນຫາຕື່ມ ເປັນຕົ້ນ ສືບຕໍ່ປັບປຸງລະບົບການຈັດຕັ້ງ ແຕ່ລະຂັ້ນ ໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ ຕາມທິດກະທັດຮັດ, ຮັດກຸມ, ຈະແຈ້ງ, ປະຢັດ…; ເສີມຂະຫຍາຍທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ ສ້າງຖານການຜະລິດ ແລະ ບໍລິການ ໃຫ້ເຂັ້ມແຂງ, ຮັບປະກັນ ການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ; ພັດທະນາຊັບພະຍາກອນມະນຸດ ຢ່າງແຂງແຮງ, ສ້າງສັງຄົມ ທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ ແລະ ຍຸຕິທຳ; ຕັ້ງໜ້າປະຕິບັດແນວທາງຍຸດທະສາດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຮັບປະກັນຄວາມເຂັ້ມ ແຂງດ້ານການຈັດຕັ້ງ ແລະ ຄວາມສາມາດດ້ານວິຊາສະເພາະ; ເຕົ້າໂຮມກຳລັງແຮງທົ່ວສັງຄົມ ເພື່ອພັດທະນາເສດຖະ ກິດ-ສັງຄົມ ໃຫ້ເຂັ້ມແຂງ; ເພີ່ມທະວີການປັບປຸງ ພັກ-ພະນັກງານ ຕາມທິດ ກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກ   ແໜ້ນ; ຕັ້ງໜ້າຮໍ່າຮຽນເອົາແບບຢ່າງອັນດີງາມ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນນຳພາ-ວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດ ຂອງປະທານ ໄກສອນ ພົມວິຫານ ໂດຍຕື່ນຕົວປະຕິບັດ ຢ່າງເປັນເຈົ້າການ; ເພີ່ມທະວີປະຕິບັດ ແນວທາງການຕ່າງປະເທດຂອງພັກເຮົາ ເພື່ອສ້າງເງື່ອນໄຂສະດວກ ແລະ ນຳຜົນປະໂຫຍດຕົວຈິງ ໃຫ້ແກ່ການພັດທະນາປະເທດຊາດ ແລະ ປະກອບສ່ວນ ຢ່າງສົມກຽດ ຂອງ ສປປ ລາວ ເຂົ້າໃນພາລະກິດລວມ ຂອງສາກົນ ເພື່ອເສີມສ້າງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນໂລກ.

ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ