Home Uncategorized ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳອາເມລິກາ ແລະ ການາດາ ຈັດການແຂ່ງຂັນກິລາຕີກ໋ອບມິດຕະພາບປະຈຳປີຄັ້ງທີ 10

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳອາເມລິກາ ແລະ ການາດາ ຈັດການແຂ່ງຂັນກິລາຕີກ໋ອບມິດຕະພາບປະຈຳປີຄັ້ງທີ 10

0
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳອາເມລິກາ ແລະ ການາດາ ຈັດການແຂ່ງຂັນກິລາຕີກ໋ອບມິດຕະພາບປະຈຳປີຄັ້ງທີ 10

ໃນວັນທີ 31 ກໍລະກົດ 2021, ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳສະຫະລັດອາເມລິກາ ແລະ ການາດາ ທີ່ ນະຄອນຫຼວງວໍຊິງຕັນ, ດີຊີ, ໄດ້ຮ່ວມກັບສະມາຄົມນັກກ໋ອບພີ່ນ້ອງເຊື້ອຊາດລາວຢູ່ລັດໃກ້ຄຽງຄື: ລັດວໍຊິງຕັນ ດີຊີ, ລັດເວີຈີເນຍ, ລັດແມ່ລີແລນ, ລັດເດີລາແວ ແລະ ລັດເພນເຊີເວເນຍ ໄດ້ຈັດການແຂ່ງຂັນກີລາຕີກ໋ອບມິດຕະພາບປະຈຳປີຄັ້ງທີ 10 ຂອງສະຖານທູດຂຶ້ນ ເພື່ອຊິງຂັນລາງວັນຂອງທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສ.ອາເມລິກາ ແລະ ການາດາ ໂດຍມີພີ່ນ້ອງຄົນເຊື້ອຊາດລາວຈາກບັນດາລັດຕ່າງໆ ໃນສ.ອາເມລິກາ, ແຂກຕ່າງປະເທດຈາກສະຖານທູດປະເທດສະມາຊິກອາຊຽນຈໍານວນໜຶ່ງ, ຜູ້ຕາງໜ້າຈາກສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ພາກສ່ວນອື່ນໆ ເຂົ້າຮ່ວມ ລວມທັງໝົດປະມານ 100 ກວ່າຄົນ.

ພິທີເປີດງານແຂ່ງຂັນກິລາຕີກ໋ອບມິດຕະພາບຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນດັ່ງກ່າວ      ໂດຍ ພະນະທ່ານ  ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສ.ອາເມລິກາ ແລະ ການາດາ ໃຫ້ກຽດເປີດພິທີ ແລະ ໄດ້ກ່າວຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການສ້າງຂະບວນການສືບຕໍ່ຮັດແໜ້ນຄວາມສາມັກຄີ ແລະ ຄວາມຮັກແພງອັນໃກ້ຊິດລະຫວ່າງ ບັນດານັກກິລາກ໋ອບຈາກລັດຕ່າງໆ ກໍຄື ລະຫວ່າງພີ່ນ້ອງຄົນເຊື້ອຊາດລາວໃນອາເມລິກາກັບສະຖານທູດລາວ ແລະ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ        ສປປ ລາວ ປະຈຳອົງການ ສປຊ ໃຫ້ນັບມື້ ນັບແໜ້ນແຟ້ນຍິ່ງໆຂຶ້ນກວ່າເກົ່າ ພາຍຫຼັງທີ່ໄດ້ງົດເວັ້ນການຈັດກິດຈະກຳຕ່າງໆຮ່ວມກັນມາໄລຍະໜຶ່ງ ຍ້ອນການແພ່ລະບາດຂອງພະຍາດໂຄວິດ-19 ໃນປີຜ່ານມາ.

ໃນຕອນແລງ ຂອງວັນດຽວກັນ, ໄດ້ມີການຈັດງານລ້ຽງອາຫານຄໍ່າຂຶ້ນທີ່ສະຖານທູດລາວ ເພື່ອເປັນການຊົມເຊີຍການແຂ່ງຂັນກ໋ອບມິດຕະພາບ ແລະ ມອບລາງວັນໃຫ້ຜູ້ທີ່ໄດ້ຮັບໄຊຊະນະໃນການແຂ່ງຂັນ ໂດຍແມ່ນທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໃຫ້ກຽດຂຶ້ນມອບລາງວັນ ແກ່ຜູ້ໄດ້ຮັບໄຊຊະນະໃນການແຂ່ງຂັນ. ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດໄດ້ຖືໂອກາດນີ້ ໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ໂດຍໄດ້ແຈ້ງໃຫ້ຊາບກ່ຽວກັບຜົນສຳເລັດທີ່ພົ້ນເດັ່ນໃນການສ້າງສາ ແລະ ພັດທະນາ ສປປ ລາວ ກໍຄືການພັດທະນາເສດຖະກິດ-ສັງຄົມ ແລະ ການຄວບຄຸມ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວ. ພ້ອມນີ້, ຍັງໄດ້ແຈ້ງໃຫ້ຊາບເຖິງຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໄຍ ແລະ ການໃຫ້ຄວາມຊ່ວຍເຫຼືອຂອງລັດຖະບານຕໍ່ຄົນລາວທີ່ຕົກຄ້າງຢູ່ຕ່າງປະເທດ ໂດຍສະເພາະຢູ່ ສ.ອາເມລິກາ ແລະ ການາດາ ໃຫ້ສາມາດເດີນທາງກັບລາວ. ພ້ອມນີ້, ສະຖານທູດຍັງໄດ້ຊ່ວຍອຳນວຍຄວາມສະດວກໃຫ້ພີ່ນ້ອງຄົນເຊື້ອຊາດລາວທີ່ມີຄວາມຈຳເປັນເດີນທາງເຂົ້າ ສປປ ລາວ ເພື່ອແກ້ໄຂບັນຫາຈຳເປັນຕ່າງໆ. ທ່ານເອກອັກຄະລັດຖະທູດ ຍັງໄດ້ອະທິບາຍ ແລະ ຕອບຂໍ້ສົນໃຈ ຂອງພີ່ນ້ອງຄົນເຊື້ອຊາດລາວໃນບັນຫາຕ່າງໆ ເປັນຕົ້ນແມ່ນ ການເຂົ້າ-ອອກ ສປປ ລາວ ໃນຊ່ວງໄລຍະການແພ່ລະບາດຂອງພະຍາດໂຄວິດ-19,​ ການຂໍຢູ່ລາວຖາວອນ ແລະ ສິດຕ່າງໆຂອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ບັນຫາອື່ນໆ, ເຊິ່ງເຫັນໄດ້ວ່າ ພີ່ນ້ອງຄົນເຊື້ອຊາດລາວທີ່ໄດ້ເຂົ້າຮ່ວມງານແມ່ນມີຄວາມດີໃຈ ແລະ ເພິ່ງພໍໃຈ ຕໍ່ການອະທິບາຍ ແລະ ຕ້ອນຮັບຢ່າງອົບອຸ່ນຈາກສະຖານທູດລາວໃນຄັ້ງນີ້. ພ້ອມນີ້, ທ່ານທູດຍັງໄດ້ສະແດງຄວາມຂອບໃຈຕໍ່ພາກສ່ວນຕ່າງໆຂອງພີ່ນ້ອງເຊື້ອຊາດລາວ ທີ່ໄດ້ປະກອບສ່ວນສະຕິປັນຍາ, ເຫື່ອແຮງ, ວັດຖຸ ລວມທັງວົງດົນຕີ ກໍຄືອາຫານການກິນຕ່າງໆ ໃຫ້ແກ່ງານຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ ແລະ ມີບັນຍາກາດມ່ວນຊື່ນເປັນຢ່າງດີ.

 

ການຈັດງານດັ່ງກ່າວຂ້າງເທິ່ງໃນຄັ້ງນີ້ ແມ່ນເພື່ອຮັດແໜ້ນຄວາມສາມັກຄີ ແລະ ຮັກແພງ ລະຫວ່າງ ພີ່ນ້ອງຄົນເຊື້ອຊາດລາວ, ສະຖານທູດລາວ ແລະ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ທີ່ນິວຢອກ ແລະ ຖືວ່າເປັນຄັ້ງທຳອິດທີ່ຈັດຂຶ້ນ ນັບແຕ່ມີການແພ່ລະບາດຂອງພະຍາດໂຄວິດ-19 ໃນຕົ້ນປີ 2020 ເປັນຕົ້ນມາ ແລະ ຖືວ່າປະສົບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຄວາມສາມັກຄີ, ຄວາມຮັກແພງ ແລະ ການຮ່ວມມືທີ່ດີລະຫວ່າງທຸກໆ ຝ່າຍທີ່ກ່ຽວຂ້ອງ, ທັງໄດ້ປະກອບສ່ວນໃຫ້ພີ່ນ້ອງຄົນເຊື້ອຊາດລາວຢູ່ ສ.ອາເມລິກາ ເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດ ກໍຄືຜົນສຳເລັດໃນການສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ ແລະ ມີຄວາມສົນໃຈ ແລະ ປະກອບສ່ວນ ຊ່ວຍພັດທະນາ ສປປລາວນັບມື້ນັບເພີ່ມຂຶ້ນ.