Home / Embassy / ບົດຂ່າວ: ສະຖານທູດລາວ ປະຈໍາ ອາເມລິກາ ຈັດງານສະເຫລີມສະຫຼອງບຸນປີໃໝ່ລາວ ພສ 2569.

ບົດຂ່າວ: ສະຖານທູດລາວ ປະຈໍາ ອາເມລິກາ ຈັດງານສະເຫລີມສະຫຼອງບຸນປີໃໝ່ລາວ ພສ 2569.

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປລາວ ທີ່ ວໍຊິງຕັນ ດີຊີ ໄດ້ຈັດງານສະເຫລີມສະຫລອງຕ້ອນຮັບປີໃໝ່ລາວ ປີມະແມ, ພສ 2569, ຈສ 1388 ຂຶ້ນຢ່າງເບີກບານມ່ວນຊື່ນໃນວັນທີ 9 ພຶດສະພາ 2026, ໃນຕອນກາງເວັນ ມີການແຂ່ງຂັນກິລາກອ໊ຟມິດຕະພາບຄັ້ງທີ 13 ຈັດໂດຍສະຄົມກ໊ອຟລາວ ດີຊີ ( LGADC ) ແລະ ການແຂ່ງຂັນກິລາບານເຕະມິດຕະພາບຈັດໂດຍສະຫະພັນກິລາບານແຕະລາວອາເມລິກາເຫນືອ ( NALSF ), ຕອນແລງມີງານລາຕີສະໂມສອນສະເຫຼີມສະຫຼອງປີໃໝ່ລາວ ທີ່ຫ້ອງຈັດງານລ້ຽງຮັບຮອງ Arlington-Fairfax Elks Lodge, ລັດເວີຈີເນຍ,  ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພູໂຂງ ສີສຸລາດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະຣັດ ອາເມລິກາ ແລະ ການາດາ, ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ, ແຂກຜູ້ມີກຽດ, ກຳມະການສູນກາງແນວລາວສ້າງຊາດ ປະຈໍາ ສະຫະຣັດ ອາເມລິກາ, ປະທານສະມາຄົມຮັກບ້ານເກີດພ້ອມຄະນະ, ປະທານສະມາຄົມຕ່າງໆຂອງຄົນເຊື້ອຊາດລາວ, ອົງການ Legacies of War, ຜູ້ຊົງຄຸນວຸດທິ, ພີ່ນ້ອງຄົນເຊື້ອຊາດລາວທີ່ເດີນທາງມາຈາກບັນດາລັດໃນ ອາເມລິກາ ແລະ ຈາກການາດາ ລວມທັງກິລາກອ໊ຟ, ນັກກິລາບານເຕາະ, ພະນັກງານສະຖານທູດສປປລາວ ທີ່ ວໍຊິງຕັນ ດີ.ຊີ ແລະ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອົງການ ສປຊ, ລວມປະມານ 450 ຄົນ.

       ງານສະເຫຼີມສະຫຼອງປີໃໝ່ ( Pi Mai ) ແມ່ນງານບຸນປະເພນີອັນດີງາມຂອງລາວທີ່ສືບທອດກັນມາແຕ່ບູຮານນະການໃນແຕ່ລະຍຸກແຕ່ລະສະໄໝຈົນມາຮອດປັດຈຸບັນ, ເປັນເທດສະການທີ່ຈັດຂຶ້ນໃນແຕ່ລະປີຂອງປະຊາຊົນລາວຢູ່ພາຍໃນປະເທດ ແລະ ຊາວລາວຢູ່ຕ່າງປະເທດລວມທັງຊຸມຊົນຄົນເຊື້ອຊາດລາວ ຢູ່ອາເມລິກາ ແລະ ການາດາ. ໃນປັດຈຸບັນ ລັດຖະບານລາວ ພວມຫ້າງຫາກະກຽມໃນການສະເໜີຕໍ່ອົງການອຸຍແນັດສະໂກ ( UNESCO ) ເພື່ອພິຈາລະນາຮັບຮອງບຸນປີໃຫມ່ລາວ ( Pi Mai ) ເປັນມໍລະດົກໂລກໃນອະນາຄົດ. ງານສະເຫລີມສະຫຼອງປີໃໝ່ລາວ ນອກຈາກສືບສານຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງລາວແລ້ວ, ຍັງເຕົ້າໂຮມຄວາມສາມັກຄີຂອງຄົນເຊື້ອຊາດລາວບັນດາເຜົ່າ ຢູ່ ບັນດາລັດໃນອາເມລິກາ ແລະ ການາດາ ທີ່ໄດ້ມາພົບພໍ້ກັນ, ຢື້ຢາມຖາມຂ່າວ, ອວຍພອນປີໃຫມ່ເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ຄວາມຮັກແພງ ສາມັກຄີ, ໂອບອ້ອມອາລີ, ເຄົາລົບນັບຖື ແລະ ໃຫ້ກຽດກັນ ຊຶ່ງເປັນມໍລະດົກອັນລໍ້າຄ່າຂອງຄົນລາວ ທີ່ຕົກທອດມາແຕ່ໃດໆ ເຖິງວ່າຈະຢູ່ແຫ່ງຫົນໃດກໍຕາມ. ບຸນປີໃຫມ່ລາວເປັນເລີກງາມຍາມດີ ເປັນສີລິມົງຄຸນ ເພື່ອອວຍພອນເຊິ່ງກັນ ແລະ ກັນຂອງຊາວລາວ ແລະ ເພື່ອນມິດ ໃຫ້ມີສຸຂະພາບເຂັ້ມແຂງ, ສະສາງລ້າງຊ່ວຍສິ່ງບໍ່ດີບໍ່ງາມອອກໄປນໍາປີເກົ່າ, ຕ້ອນຮັບສິ່ງດີໆເຂົ້າມາໃນຊີວິດ, ຮັບໂຊກຮັບໄຊ, ມີຜົນສໍາເລັດໃຫມ່ໃນຫນ້າທີ່ວຽກງານ, ໃນການດໍາເນີນທຸລະກິດ, ຄ້າຂາຍ, ກິດຈະການສ່ວນຕົວ ກໍຄື ໃນການດໍາລົງຊີວິດ ທີ່ເຕັມໄປດ້ວຍຄວາມຜາສຸກ, ຈະເລີນວັດທະນາ ຕະຫຼອດປີໃໝ່ ແລະ ປີຕໍ່ໆໄປ.

         ໃນໂອກາດອັນສະຫງ່າລາສີນີ້, ທ່ານ ພູໂຂງ ສີສຸລາດ, ເອກອັກຄະລັດຖະທູດລາວ ປະຈຳ ອາເມລິກາ ແລະ ການາດາ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ອວຍພອນປີໃຫມ່ໃຫ້ພີ່ນ້ອງຄົນເຊື້ອຊາດລາວ ແລະ ແຂກຜູ້ມີກຽດ ທີ່ມາຮ່ວມໃນງານສະເຫລີມສະຫລອງປີໃຫມ່ລາວໃນຄັ້ງນີ້ ພ້ອມທັງໄດ້ສົ່ງຄໍາອວຍພອນປີໃຫມ່ລາວແດ່ພີ່ນ້ອງເຊື້ອຊາດລາວທຸກຄົນໃນອາເມລິກາ ແລະ ການາດາ ທີ່ບໍ່ໄດ້ມາຮ່ວມງານດັ່ງກ່າວ.  ທ່ານເອກອັກຄະລັດຖະທູດລາວຍັງໄດ້ຍົກໃຫ້ເຫັນເຖິງການເຄື່ອນໄຫວຕະຫຼອດໜຶ່ງປີຜ່ານມາຂອງສະຖານທູດ ໃນການເຮັດໜ້າທີ່ສົ່ງເສີມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຮ່ວມມືສອງຝ່າຍລາວ-ອາເມລິກາ, ລາວ-ການາດາ ກໍຄື ການເຄື່ອນໄຫວການທູດທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ, ແລະ ການທູດປະຊາຊົນໂດຍສະເພາະການພົວພັນກັບພີ່ນ້ອງຄົນເຊື້ອຊາດລາວຢູ່ ອາເມລິກາ ແລະ ການາດາ.  ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈຕໍ່ທຸກໆທ່ານທີ່ເສຍສະຫລະເວລາອັນມີຄ່າມາຮ່ວມງານສະເຫລີມສະຫລອງປີໃຫມ່ນີ້ ກໍຄື ໃນການແຂ່ງຂັນກິລາກ໊ອຟ ແລະ ກິລາບານເຕະມິດຕະພາບ, ຕີລາຄາສູງ ຕໍ່ບຸກຄົນ ແລະ ອົງການຈັດຕັ້ງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ອຸປະຖໍາເຮັດໃຫ້ການສະເຫລີມສະຫຼອງປີໃໝ່ລາວຄັ້ງນີ້ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີຄວາມຫມາຍຄວາມສໍາຄັນໃນການສືບສານ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງລາວໃຫ້ຍືນຍົງຄົງຢູ່ຄູ່ກັບຄົນລາວຕະຫລອດໄປ. ທ່ານທູດຍັງໄດ້ເຊີນຊວນພີ່ນ້ອງເຊື້ອຊາດລາວຢູ່ອາເມລິກາ ແລະ ການາດາ ເດີນທາງໄປຢ້ຽມຢາມບ້ານເກີດເມືອງນອນ, ແຜ່ນດິນລາວມະຕຸພຸມທີ່ແສນຮັກຂອງຄົນລາວທຸກຄົນ, ປະກອບສ່ວນຕາມເງື່ອນໄຂ ໂດຍທາງກົງ ຫລື ທາງອ້ອມເຂົ້າໃນສ້າງສາປະເທດຊາດໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ. ລັດຖະບານ ຍາມໃດກໍຍິນດີຕ້ອນຮັບ ແລະ ອໍານວຍຄວາມສະດວກດ້ານຕ່າງໆລວມທັງດ້ານວິຊາເຂົ້າລາວ ໃຫ້ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ອ່ວາຍຫນ້າໄປຫາປະເທດຊາດ ໄປທ່ອງທ່ຽວ, ຢ້ຽມຢາມ, ດໍາເນີນທຸລະກິດ, ໄປຢູ່ລາວຖາວອນ, ເຮັດໂຄງການຊ່ວຍເຫລືອ ຫລື ນໍາເອົາຄວາມຮູ້ເຕັກນິກວິຊາການ ແລະ ປະສົບປະການດ້ານຕ່າງໆໄປປະກອບສ່ວນຊ່ວຍພັດທະນາປະເທດລາວ. ໃນໂອກາດສະເຫລີມສະຫລອງປີໃຫມ່ລາວນີ້ ໄດ້ມີການປະກາດຜົນການເເຂ່ງຂັນກິລາກ໋ອຟ, ກິລາບານເຕະມິດຕະພາບ, ມອບລາງວັນປະເພດຕ່າງໆ ລວມທັງມີການຈັບສະຫຼາກລາງວັນກ໊ອຟ ແລະ ບານເຕະ, ບັນດາແຂກທີ່ເຂົ້າຮ່ວມໄດ້ຊີມລົດຊາດອາຫານລາວອັນຫລາກຫລາຍທີ່ເປັນເອກະລັກຂອງລາວຈາກສະມາຄົມແມ່ຍິງໃຈດີ ແລະ ຄົວລາວອື່ນໆ, ພ້ອມທັງຮ່ວມຟ້ອນລຳວົງສາມັກຄີ ດ້ວຍສຽງເພງ, ຂັບລໍາຕາມປະເພນີລາວ ທີ່ໃຫ້ຄວາມມ່ວນຊື່ນຂອງຄະນະວົງດົນຕີສະຫະພັນບານເຕະລາວອາເມລິກາເຫນືອຕາມລາຍການຕ່າງໆທີ່ໄດ້ຈັດໄວ້. ງານສະເຫລີມສະຫລອງປີໃຫມ່ລາວ ພສ 2569, ຈສ 1388 ໄດ້ສໍາເລັດລົງຢ່າງຈົບງາມ!!

ຮູບພາບເພີ້ມ. More photos.

News Article: Lao Embassy in the United States Organized Celebrations of Lao New Year.

The Embassy of the Lao PDR in Washington, D.C., organized a celebration of the Lao New Year, BE 2569, on May 9, 2026. The celebration activities included the 13th Friendship Golf Tournament organized by the Lao Golf Association (LGADC) and Ambassador’s Cup Soccer Tournament organized by the North America Lao Soccer Federation (NALSF). In the evening, a festive Lao New Year celebration was held at the Arlington-Fairfax Elks Lodge in Virginia. The event was honored by the presence of H.E. Phoukhong Sisoulath, Ambassador Extraordinary and Plenipotentiary of the Lao PDR to the United States and Canada; H.E. Thongphane Savanphet, Ambassador Extraordinary and Plenipotentiary, Permanent Representative of the Lao PDR to the United Nations; distinguished guests; LFND Member, HBK President and Board members; Presidents of Lao-American Associations,  Legacies of War; Lao diaspora from various States across the USA and Canada; golfers; soccer players; staff members of the Lao PDR’s Embassy in Washington, D.C., and Permanent Mission to the UN in New York. A total of approximately 450 people attended.

The Lao New Year celebration (Pi Mai) is a cherished traditional festival of Laos, passed down through generations since ancient times to the present day. It is an annual festival for Lao people in the country and Lao diaspora in many countries in the world, including the Lao communities in the USA and Canada. Currently, the Lao government is actively preparing to propose to UNESCO to consider recognizing Lao New Year (Pi Mai) as a World Intangible Heritage in the future. The Lao New Year celebration not only perpetuates the Lao fine customs and culture but also unites the solidarity of Lao diaspora of different ethnicities living in various States in the USA and Canada who came together to meet, reconnect, exchange greetings and extend New Year wishes to one another in an atmosphere of friendship,  compassion, unity, warmth, mutual respect-a precious heritage of the Lao people passed down through generations, no matter where they reside. Lao New Year is an auspicious occasion for Lao people and friends of Laos to bless each other with good health, to wash away negativity with the passed year, to welcome positive things into life, to receive good fortune and success, and to achieve new accomplishments in work, business, personal affairs, and daily life, filled with happiness and prosperity throughout the new year and into the future.

On this auspicious and sacred occasion, H.E. Phoukhong Sisoulath, Lao Ambassador to the USA and Canada, delivered warm greetings and extended New Year wishes to the Lao diaspora and distinguished guests present at the celebration. He also sent Lao New Year greetings to all Lao diaspora in the USA and Canada who did not attend the event. The Lao Ambassador highlighted the past year’s activities of the Embassy in fulfilling its duties to promote and enhance the friendship and cooperation between Laos and the USA, and Laos and Canada, as well as its activities in political, economic, cultural, and people-to-people diplomacy, especially relations with Lao communities in the USA and Canada. The Ambassador expressed appreciation to everyone who took valuable time to attend this New Year celebration, including the friendship golf and soccer tournaments. He highly thanked the individuals and organizations that provided support and sponsorship for this New Year celebration, creating a joyful and meaningful atmosphere for perpetuating and preserving Lao fine customs and traditions to endure forever with the Lao people. The Ambassador also invited Lao diaspora in the USA and Canada to visit their beloved motherland of Laos to contribute according to their means, either directly or indirectly, to the ongoing development of the nation. The Lao government always welcomes, and facilitates in various aspects, including visas for Lao diaspora abroad to turn towards the nation, including travel, visit, do business, establish permanent residence in Laos, organize aid projects, or bring their know-how, technical knowledge, technologies, and their rich experiences to help develop Laos. During this Lao New Year celebration, the results of the friendship golf and soccer tournaments were announced, and various awards were presented, including golf and soccer Raffle draws. The guests enjoyed the diverse and unique flavors of Lao food prepared by the Jai Dee Women’s Association and other Lao kitchens. Everyone joined in the lively Lam Vong dance, accompanied by music and traditional Lao singing, entertained by the Band of the North America Lao Soccer Federation. The Lao New Year celebration concluded successfully and beautifully!!