Lao Deputy Prime Minister Meets with Lao Diasporain the United States and Canada.

ໃນໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ໃນຕອນແລງວັນທີ 19 ກັນຍາ 2026, ພະນະທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປລາວ ໄດ້ເຂົ້າຮ່ວມງານພົບປະໂອ້ລົມ ພີ່ນ້ອງຄົນເຊື້ອຊາດລາວ ທີ່ເດີນທາງມາຈາກບັນດາລັດໃນອາເມລິກາ ແລະ ການາດາ, ຈໍານວນລວມທັງຫມົດ 200 ກວ່າທ່ານ, ມີທ່ານຮອງລັດຖະມົນຕີກະຊວງ ການຕ່າງປະເທດ, ທ່ານຜູ້ຕາງຫນ້າຖາວອນ ສປປລາວ ປະຈໍາ ອົງການສະຫະປະຊາຊາດ ທີ່ ນິວຢອກ, ທ່ານເອກອັກຄະລັດຖະທູດ ສປປ ລາວປະຈໍາອາເມລິກາ ແລະ ການາດາ, ທ່ານຫົວຫນ້າກົມພົວພັນຄົນເຊື້ອຊາດລາວກະຊວງການຕ່າງປະເທດ, ທ່ານກໍາມະການສູນກາງແນວລາວສ້າງຊາດ ທີ່ ສະຫະລັດອາເມລິກາ, ທ່ານປະທານສະມາຄົມຮັກບ້ານເກີດ ( HBK ) ພ້ອມຄະນະ, ທ່ານປະທານສະຫະພັນບານເຕະລາວອາເມລິກາເຫນືອ ( NALSF ) ພ້ອມຄະນະ, ບັນດາທ່ານປະທານສະມາຄົມ ແລະ ມູນນິທິຕ່າງໆ ຂອງຄົນເຊື້ອຊາດລາວ ທີ່ອາເມລິກາ ແລະ ການາດາ ກໍໄດ້ເຂົ້າໃນງານພົບປະດັ່ງກ່າວ.
ໃນພິທີ ທ່ານ ພູໂຂງ ສີສຸລາດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ອາເມລິກາ ແລະ ການາດາ ໄດ້ກ່າວຕ້ອນຮັບອັນອົບອຸ່ນຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ມາຮ່ວມ ພ້ອມທັງຍົກໃຫ້ເຫັນຈຸດປະສົງ ແລະ ຄວາມສໍາຄັນຂອງງານພົບປະໃນຄັ້ງນີ້. ໃນພິທີທີ່ມີຄວາມຫມາຍສໍາຄັນດັ່ງກ່າວ, ພີ່ນ້ອງຄົນເຊື້ອຊາດລາວ ໄດ້ຮັບຟັງການໂອ້ລົມຂອງພະນະທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປລາວ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ເປັນກ້າວໆມາຂອງການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ, ບັນດາຄາດຫມາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ( 2026-2030 ) ໂດຍສະເພາະຄວາມຄືບຫນ້າທີ່ຫນັກແໜ້ນໃນຄວາມພະຍາຍາມຂອງລັດຖະບານລາວເພື່ອນໍາພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ທ່ານ ຮອງນາຍົກລັດຖະມົນຕີໄດ້ເນັ້ນເຖິງຄວາມເອົາໃຈໃສ່ ແລະ ນະໂຍບາຍທີ່ເອື້ອອໍານວຍຂອງລັດຖະບານລາວ ທີ່ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດເວົ້າລວມ, ເວົ້າສະເພາະ ຢູ່ສະຫະລັດອາເມລິກາ ແລະ ການາດາ.
ໃນໂອກາດດັ່ງກ່າວ ພີ່ນ້ອງຄົນເຊື້ອຊາດລາວທີ່ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ສົນທະນາໃນບາງບັນຫາທີ່ຕົນເອງມີຄວາມສົນໃຈ ຮ່ວມກັບທ່ານຮອງນາຍົກລັດຖະມົນຕີ ອັນໄດ້ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈເປັນຢ່າງດີ ຕໍ່ກັບນະໂຍບາຍຂອງລັດຖະບານລາວທີ່ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ. ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືວ່າພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດເປັນສ່ວນໜຶ່ງທີ່ບໍ່ຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວ, ເປັນກຳລັງແຮງໃນການປະກອບສ່ວນສ້າງສາພັດທະນາປະເທດຊາດ ໂດຍທາງກົງ ຫລື ທາງອ້ອມ ຕາມສະພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງເຂົາເຈົ້າ. ທ່ານ ຮອງນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊິວິດຢູ່ ອາເມລິກາ ແລະ ການາດາ ທີ່ຍາມໃດກໍມີນໍ້າໃຈອັນສູງສົ່ງຕໍ່ຄວາມເປັນລາວ, ຄວາມຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ, ອະນຸລັກຮັກສາ ແລະ ສືບສານຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງລາວຢູ່ຊຸມຊົນ ກໍຄື ໃນປະເທດທີ່ຕົນຢູ່ອາໄສ, ມີບົດບາດ ແລະ ສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບ ອາເມລິກາ ແລະ ລະຫວ່າງ ສປປ ລາວ ກັບ ການາດາ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວລວມທັງຄົນລຸ້ນໃຫມ່ຈົ່ງອ່ວຍໜ້າໄປຫາປະເທດຊາດ, ໄປຢ້ຽມຢາມບ້ານເກີດເມືອງນອນ ຂອງຕົນ, ຂອງພໍ່ແມ່, ປູ່ຍ່າຕາຍາຍ, ໄປທ່ອງທ່ຽວ, ເຮັດທຸລະກິດ, ຄ້າຂາຍ, ເຮັດໂຄງການພັດທະນາ, ຊ່ວຍເຫລືອ, ຫລື ກັບຄືນໄປຢູ່ລາວແບບຖາວອນ ເມື່ອຮອດອາຍຸກະສຽນບໍານານໂດຍນໍາເອົາຄວາມຮູ້ ແລະ ປະສົບການ, ເຕັກນິກວິຊາການ ໄປປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີໄດ້ຕີລາຄາສູງຕໍ່ພີ່ນ້ອງເຊື້ອຊາດລາວທີ່ໄດ້ຍາມໃດກໍສະແດງອອກຢ່າງແຮງກ້າເຖິງຄວາມສະໝານສາມັກຄີ, ຄວາມເປັນປຶກແຜ່ນຂອງຄົນເຊື້ອຊາດລາວບັນດາເຜົ່າໃນອາເມລິກາ ກໍຄື ນໍ້າໃຈອັນສູງສົ່ງຂອງຄົນລາວດ້ວຍຄວາມຮັກແພງ ແລະ ຈິງໃຈ ໃນການຕ້ອນຮັບທິມເຕະບານເຍົາວະຊົນລາວ W.I.G NAGA ທີ່ມາແຂ່ງຂັນລະດັບສາກົນຢູ່ສະຫະລັດອາເມລິກາດ້ວຍຜົນສໍາເລັດຢ່າງຈົບງາມ. ໃນຕອນທ້າຍທ່ານຮອງນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວບັນດາເຜົ່າທຸກຖ້ວນໜ້າ ສືບຕໍ່ປົກປັກຮັກສາຮີດຄອງປະເພນີ-ວັດທະນະທຳຂອງລາວ ແລະ ຂອງຊົນເຜົ່າ ພ້ອມຈິດພ້ອມໃຈເປັນນໍ້າໜຶ່ງໃຈດຽວກັນ ໃນການສົ່ງເສີມເອກະລັກຄວາມເປັນລາວ ອັນມີກຽດສະຫງ່າໃນປະເທດທີ່ຕົນດໍາລົງຊີວິດຢູ່.
ພາຍຫຼັງການໂອ້ລົມ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ກໍໄດ້ຮັບປະທານອາຫານຄໍ່າຮ່ວມກັບພີ່ນ້ອງຄົນເຊື້ອຊາດລາວ ດ້ວຍບັນຍາກາດອັນສະໜິດສະໜົມ ແລະ ເປັນກັນເອງ ໄປພ້ອມໆກັບຊົມການສະແດງສີລະປະວັດທະນະທໍາຂອງລູກຫຼານລາວ “ດອກຈຳປາສິນລະປະ” ທີ່ເດີນທາງມາຈາກ ເມືອງໂລແວວ, ລັດແມັດຊາຈູເຊັດ ດ້ວຍຄວາມເບີກບານມ່ວນຊື່ນ, ພີ່ນ້ອງຄົນເຊື້ອຊາດລາວທີ່ເຂົ້າຮ່ວມມີຄວາມດີອົກດີໃຈ ທີ່ໄດ້ມີໂອກາດພົບປະໂອ້ລົມກັບການນຳຂັ້ນສູງຂອງ ສປປ ລາວ ແບບໃກ້ຊິດຕິດ ແທດກັບທຸກຊັ້ນຄົນ.
During the working visit in Washington, DC, on the September 19, 2026, H.E. Mr. Thongsavan Phomvihane, Deputy Prime Minister and Minister of Foreign Affairs of the Lao PDR, had a meeting with the Lao diaspora living in the United States and Canada. The meeting was attended by about 200 participants including Lao Front for National Development Member in the United States, President and Board Members of Hak Ban Kerd Association (HBK), President and Board Members of North American Lao Soccer Federation (NALSF), as well as Presidents of Associations and Foundations of Lao diaspora in the United States and Canada. Lao PDR’s Deputy Minister of Foreign Affairs, Permanent Representative to the United Nations in New York, Ambassador to the United States and Canada, Director General of the Ministry of Foreign Affairs Department of Lao Overseas Affairs were also in attendance.
At the ceremony, H.E. Mr. Phoukhong Sisoulath, Ambassador Extraordinary and Plenipotentiary of the Lao PDR to the United States and Canada, warmly welcomed the Lao diaspora in attendance and highlighted the objectives and significance of the event. On this meaningful occasion, the Lao diaspora had the honor of listening to the talks by H.E. Deputy Prime Minister and Minister of Foreign Affairs of the Lao PDR, who highlighted the achievements made in the socio-economic development of the Lao PDR and the key targets of the Lao PDR’s 10th Five-Year National Socio-Economic Development Plan for 2026–2030, particularly the significant progress made on the Lao Government’s efforts to graduate the country out of the Least Developed Country (LDC) status. The Deputy Prime Minister also emphasized the Government’s conducive policy toward the Lao communities around the world, particularly those residing in the United States and Canada. The Lao diaspora in attendance exchanged views and discussed matters of interest to them with the Deputy Prime Minister, thereby gaining good understanding of the Lao Government’s policy toward them. The Lao Government has always attached importance to the Lao communities around the world and considers them an integral part of the greater Lao family, who can play an important part in the national development of Laos according to their respective means and capabilities. The Deputy Prime Minister expressed his appreciation to the Lao diaspora residing in the United States and Canada for their strong sense of Lao identity, their love for and attachment to the Motherland, as well as their dedication to preserve and pass on Lao fine traditions and cultural heritage within their communities wherever they are. The Deputy Prime Minister also highly valued the active role and contributions of the Lao diaspora in strengthening the friendly relations and cooperation between the Lao PDR and the United States, as well as between the Lao PDR and Canada. The Deputy Prime Minister called upon the Lao diaspora, including the younger generation, to maintain and strengthen their ties with the Motherland by going to Laos to visit the place of their origin, the homeland of their parents and ancestors, engaging in business and trade, undertaking development and aid projects, or, upon retirement, returning to reside permanently in Laos, while bringing their knowledge, experience, professional expertise and technical skills to contribute to national development. The Deputy Prime Minister highly commended the Lao diaspora for the strong solidarity and unity among Lao communities of various ethnicities and for their generosity, warmth and sincerity in welcoming the Lao youth athletes, W.I.G NAGA, who participated successfully in the ECNL International IberCup USA 2026 held recently in North Carolina, the United States. The Deputy Prime Minister also called upon the Lao diaspora to continue preserving and promoting Lao traditions, customs and cultural heritage and those of their ethnicity, while maintaining unity and solidarity, and jointly highlighting the proud and dignified Lao identity in the countries where they live.
The meeting was followed by a dinner and the participants much enjoyed the cultural performances presented by the younger generation of the Lao community, Dok Jumpa Silapa, from Lowell, Massachusetts. The gathering was held in a joyful and convivial atmosphere, with members of the Lao diaspora in attendance expressing their pride at having the opportunity to meet and exchange views closely with the Lao senior leadership and to have the opportunity to interact among the attending members of the Lao diaspora from different States in the USA and Canada.







