Home / Uncategorized / ສະຖານທູດ ແຫ່ງ ສປປ ລາວ ທີ່ ວໍຊິງຕັນ ດີຊີ ໄດ້ຈັດກິດຈະກຳຮ່ວມກັບສະຖານທູດ ສສ.ຫວຽດນາມ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລະຫວ່າງ ສປປລາວ ແລະ ສສ.ຫວຽດນາມ

ສະຖານທູດ ແຫ່ງ ສປປ ລາວ ທີ່ ວໍຊິງຕັນ ດີຊີ ໄດ້ຈັດກິດຈະກຳຮ່ວມກັບສະຖານທູດ ສສ.ຫວຽດນາມ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລະຫວ່າງ ສປປລາວ ແລະ ສສ.ຫວຽດນາມ

 

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງສອງວັນປະຫວັດສາດ (ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ) ແລະ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງສະຖານທູດລາວ-ຫວຽດນາມ, ໃນຕອນເຊົ້າຂອງວັນເສົາທີ 6 ສິງຫາ 2022, ເອກອັກຄະລັດຖະທູດແຫ່ງ ສປປລາວ ປະຈຳສະຫະລັດອາເມລິກາ ແລະ ການາດາ ແລະ ທ່ານ Nguyen Quoc Dzung, ເອກອັກຄະລັດຖະທູດແຫ່ງ ສສ.ຫວຽດນາມປະຈໍາສ.ອາເມລິກາ ໄດ້ນຳພາພະນັກງານຂອງຕົນຮ່ວມກັນຈັດກິດຈະກຳພົບປະ, ແຂ່ງຂັນກິລາ ແລະ ຈັດພາເຂົ້າສາມັກຄີທີ່ສ່ວນສາທາລະນະ ໂດຍມີຜູ້ເຂົ້າຮ່ວມທັງໝົດປະມານ 60 ຄົນ. ໃນໂອກາດນີ້, ທັງສອງຝ່າຍ ໄດ້ຜັດປ່ຽນກັນມີຄຳເຫັນໂດຍໄດ້ຫວນຄືນເຖິງຄວາມໝາຍຄວາມສຳຄັນຂອງສອງວັນປະຫວັດສາດລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະແມ່ນ ການປະກອບສ່ວນຂອງຜູ້ນຳທີ່ຍິ່ງໃຫຍ່ ແລະ ແສນເຄົາລົບຮັກ ແລະ ບັນດາວິລະຊົນທີ່ກ້າຫານຂອງສອງປະເທດ ທີ່ໄດ້ຮ່ວມສຳພັນສູ້ຮົບ ແລະ ເສຍສະຫຼະຊີວິດ ເພື່ອນຳເອົາອິດສະຫຼະພາບ, ເອກະລາດ ແລະ ຄວາມວັດທະນາຖາວອນມາສູ່ປະເທດລາວ ແລະ ຫວຽດນາມ. ພ້ອມທັງ ໄດ້ເໜັ້ນໜັກໃຫ້ບັນດາຄົນຮຸ່ນໜຸ່ມສືບຕໍ່ມູນເຊື້ອດັ່ງກ່າວ ແລະ ຮ່ວມກັນຮັດແໜ້ນ ແລະ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດລາວ-ຫວຽດນາມ ໃນປະຈຸບັນ ໃຫ້ໝັ້ນຄົງທະນົງແກ່ນ ແລະ ເຂັ້ມແຂງຕະຫຼອດກາລະນານ.  

ການຈັດກິດຈະກຳຮ່ວມກັນຂອງສອງສະຖານທູດລາວ-ຫວຽດນາມ ຄັ້ງນີ້ ຖືເປັນຄັ້ງທຳອິດ ພາຍຫຼັງສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ຫຼຸດຜ່ອນລົງ ແລະ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສາມັກຄີຮັກແພງແບບພິເສດຖານສະຫາຍອ້າຍນ້ອງ ແລະ ບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍ ຂອງສອງຝ່າຍ ໃນການເສີມຂະຫຍາຍຄວາມສາມັກຄີ ພິເສດລະຫວ່າງ ສອງຊາດກໍຄືສອງສະຖານທູດໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ