
ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຄອບຄົວອາຊຽນ ແລະ ສົ່ງເສີມສາຍພົວພັນອັນດີລະຫວ່າງບັນດາສະຖານທູດປະເທດສະມາຊິກອາຊຽນປະຈຳສ.ອາເມລິກາ, ຄະນະກຳມະການອາຊຽນທີ່ນະຄອນຫຼວງວໍໍຊິງຕັນ, ດີຊີ ຫຼື ASEAN Committee in Washington DC (ACW), ພາຍໃຕ້ການເປັນປະທານໝູນວຽນຂອງໄທ, ໄດ້ມີການປຶກສາຫາລື ແລະ ເຫັນດີໃນການຈັດກິດຈະກຳຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສຳຄັນຂອງອາຊຽນ ແລະ ເພື່ອສ້າງໂອກາດໃນການພົບປະ, ປຶກສາຫາລື ແລະ ແລກປ່ຽນກ່ຽວກັບບັນຫາຕ່າງໆ ລະຫວ່າງບັນດາເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານ ແລະ ສະມາຊິກຄອບຄົວສະຖານທູດອາຊຽນທີ່ປະຈຳການຢູ່ສ.ອາເມລິກາ. ການກິດຈະກຳສະເຫຼີມສະຫຼອງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2022 ທີ່ສະຖານທູດກຳປູເຈຍໃນນາມປະເທດປະທານອາຊຽນປະຈຸບັນ ນັບແຕ່ເວລາ 10:30-15:00 ໂມງ ແລະ ມີຜູ້ເຂົ້າຮ່ວມຈາກແຕ່ລະສະຖານທູດປະເທດອາຊຽນປະມານ 20-30 ຄົນ ແລະ ແຂກຮັບເຊີນຈາກພາກສ່ວນກ່ຽວຂ້ອງຂອງປະເທດເຈົ້າພາບຈຳນວນໜຶ່ງ ລວມທັງໝົດປະມານ 300 ກວ່າຄົນ. ບັນດາກິດຈະກໍາທີ່ໄດ້ຈັດຂຶ້ນ ເພື່ອສະເຫຼີມສະຫຼອງວັນຄອບຄົວອາຊຽນຄັ້ງນີ້ປະກອບມີ: ການວ່າງສະແດງຜະລິດຕະພັນທາງດ້ານວັດທະນະທຳ, ແລະ ການຊິມອາຫານທີ່ເປັນເອກະລັກຂອງແຕ່ລະປະເທດອາຊຽນ, ການແຂ່ງຂັນກິລາມິດຕະພາບຮ່ວມກັນຄື: ກິລາໂຍນບູນ, ຊັດລູກດອກ ແລະ ດຶງເຊືອກ.
ສຳລັບສະຖານທູດລາວແມ່ນໄດ້ສົ່ງນັກກິລາເຂົ້າຮ່ວມແຂງຂັນທຸກໆລາຍການ ແລະ ສາມາດຍາດໄດ້ຮັບແຊມລາງວັນທີ 1 ສຳລັບກິລາຊັດລູກດອກ ແລະ ແຂ່ງຂັນໂຍນບູນ. ພ້ອມນີ້, ກໍ່ໄດ້ນຳເອົາແຜນແພ່ ແລະ ອາຫານລາວຈຳນວນໜຶ່ງໄປວາງສະແດງ ແລະ ໃຫ້ແຂກຜູ້ເຂົ້າຮ່ວມໄດ້ຮັບປະທານ, ເຊິ່ງເຫັນວ່າ ໄດ້ຮັບຄວາມສົນໃຈຫຼາຍຈາກແຂກຜູ້ເຂົ້າຮ່ວມ.
ການຈັດກິດຈະກຳຮ່ວມກັນຂອງບັນດາສະຖານທູດປະເທດອາຊຽນ ເພື່ອສະເຫຼີມສະຫຼອງວັນຄອບຄົວອາຊຽນຄັ້ງນີ້ ຖືເປັນຄັ້ງທຳອິດ ພາຍຫຼັງສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໃນສ.ອາເມລິກາ ໄດ້ຫຼຸດຜ່ອນລົງ ແລະ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສາມັກຄີຮັກແພງແບບຄອບຄົວອາຊຽນ ແລະ ບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍໃນການເຄື່ອນໄຫວສົ່ງເສີມພາລະບົດບາດຂອງອາຊຽນ ແລະ ສ້າງຄວາມສາມັກຄີຮັກແພງລະຫວ່າງບັນດາສະຖານທູດປະເທດສະມາຊິກອາຊຽນໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.