Home Uncategorized ໃນວັນທີ 20 ສິງຫາ 2022, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງ ວໍຊິງຕັນ ດີ.ຊີ ໄດ້ເຂົ້າຮ່ວມຈັດກິດຈະກຳສະເຫຼີມສະຫຼອງວັນຄອບຄົວອາຊຽນ ກັບບັນດາສະຖານທູດປະເທດສະມາຊິກອາຊຽນ ທີ່ ສະຖານທູດ ກຳປູເຈຍ

ໃນວັນທີ 20 ສິງຫາ 2022, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງ ວໍຊິງຕັນ ດີ.ຊີ ໄດ້ເຂົ້າຮ່ວມຈັດກິດຈະກຳສະເຫຼີມສະຫຼອງວັນຄອບຄົວອາຊຽນ ກັບບັນດາສະຖານທູດປະເທດສະມາຊິກອາຊຽນ ທີ່ ສະຖານທູດ ກຳປູເຈຍ

0
ໃນວັນທີ 20 ສິງຫາ 2022, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງ ວໍຊິງຕັນ ດີ.ຊີ ໄດ້ເຂົ້າຮ່ວມຈັດກິດຈະກຳສະເຫຼີມສະຫຼອງວັນຄອບຄົວອາຊຽນ ກັບບັນດາສະຖານທູດປະເທດສະມາຊິກອາຊຽນ ທີ່  ສະຖານທູດ ກຳປູເຈຍ

ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຄອບຄົວອາຊຽນ ແລະ ສົ່ງເສີມສາຍພົວພັນອັນດີລະຫວ່າງບັນດາສະຖານທູດປະເທດສະມາຊິກອາຊຽນປະຈຳສ.ອາເມລິກາ, ຄະນະກຳມະການອາຊຽນທີ່ນະຄອນຫຼວງວໍໍຊິງຕັນ, ດີຊີ ຫຼື ASEAN Committee in Washington DC (ACW), ພາຍໃຕ້ການເປັນປະທານໝູນວຽນຂອງໄທ, ໄດ້ມີການປຶກສາຫາລື ແລະ ເຫັນດີໃນການຈັດກິດຈະກຳຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສຳຄັນຂອງອາຊຽນ ແລະ ເພື່ອສ້າງໂອກາດໃນການພົບປະ, ປຶກສາຫາລື ແລະ ແລກປ່ຽນກ່ຽວກັບບັນຫາຕ່າງໆ ລະຫວ່າງບັນດາເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານ ແລະ ສະມາຊິກຄອບຄົວສະຖານທູດອາຊຽນທີ່ປະຈຳການຢູ່ສ.ອາເມລິກາ. ການກິດຈະກຳສະເຫຼີມສະຫຼອງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2022 ທີ່ສະຖານທູດກຳປູເຈຍໃນນາມປະເທດປະທານອາຊຽນປະຈຸບັນ ນັບແຕ່ເວລາ 10:30-15:00 ໂມງ  ແລະ ມີຜູ້ເຂົ້າຮ່ວມຈາກແຕ່ລະສະຖານທູດປະເທດອາຊຽນປະມານ 20-30 ຄົນ ແລະ ແຂກຮັບເຊີນຈາກພາກສ່ວນກ່ຽວຂ້ອງຂອງປະເທດເຈົ້າພາບຈຳນວນໜຶ່ງ ລວມທັງໝົດປະມານ 300 ກວ່າຄົນ. ບັນດາກິດຈະກໍາທີ່ໄດ້ຈັດຂຶ້ນ ເພື່ອສະເຫຼີມສະຫຼອງວັນຄອບຄົວອາຊຽນຄັ້ງນີ້ປະກອບມີ: ການວ່າງສະແດງຜະລິດຕະພັນທາງດ້ານວັດທະນະທຳ, ແລະ ການຊິມອາຫານທີ່ເປັນເອກະລັກຂອງແຕ່ລະປະເທດອາຊຽນ, ການແຂ່ງຂັນກິລາມິດຕະພາບຮ່ວມກັນຄື: ກິລາໂຍນບູນ, ຊັດລູກດອກ ແລະ ດຶງເຊືອກ.

ສຳລັບສະຖານທູດລາວແມ່ນໄດ້ສົ່ງນັກກິລາເຂົ້າຮ່ວມແຂງຂັນທຸກໆລາຍການ ແລະ ສາມາດຍາດໄດ້ຮັບແຊມລາງວັນທີ 1 ສຳລັບກິລາຊັດລູກດອກ ແລະ ແຂ່ງຂັນໂຍນບູນ. ພ້ອມນີ້, ກໍ່ໄດ້ນຳເອົາແຜນແພ່ ແລະ ອາຫານລາວຈຳນວນໜຶ່ງໄປວາງສະແດງ ແລະ ໃຫ້ແຂກຜູ້ເຂົ້າຮ່ວມໄດ້ຮັບປະທານ, ​ເຊິ່ງເຫັນວ່າ ໄດ້ຮັບຄວາມສົນໃຈຫຼາຍຈາກແຂກຜູ້ເຂົ້າຮ່ວມ.

ການຈັດກິດຈະກຳຮ່ວມກັນຂອງບັນດາສະຖານທູດປະເທດອາຊຽນ ເພື່ອສະເຫຼີມສະຫຼອງວັນຄອບຄົວອາຊຽນຄັ້ງນີ້ ຖືເປັນຄັ້ງທຳອິດ ພາຍຫຼັງສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໃນສ.ອາເມລິກາ ໄດ້ຫຼຸດຜ່ອນລົງ ແລະ   ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສາມັກຄີຮັກແພງແບບຄອບຄົວອາຊຽນ ແລະ ບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍໃນການເຄື່ອນໄຫວສົ່ງເສີມພາລະບົດບາດຂອງອາຊຽນ ແລະ ສ້າງຄວາມສາມັກຄີຮັກແພງລະຫວ່າງບັນດາສະຖານທູດປະເທດສະມາຊິກອາຊຽນໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.