Home 2022
Yearly Archives: 2022
ໃນວັນທີ 20 ສິງຫາ 2022, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງ ວໍຊິງຕັນ ດີ.ຊີ ໄດ້ເຂົ້າຮ່ວມຈັດກິດຈະກຳສະເຫຼີມສະຫຼອງວັນຄອບຄົວອາຊຽນ ກັບບັນດາສະຖານທູດປະເທດສະມາຊິກອາຊຽນ...
ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຄອບຄົວອາຊຽນ ແລະ ສົ່ງເສີມສາຍພົວພັນອັນດີລະຫວ່າງບັນດາສະຖານທູດປະເທດສະມາຊິກອາຊຽນປະຈຳສ.ອາເມລິກາ, ຄະນະກຳມະການອາຊຽນທີ່ນະຄອນຫຼວງວໍໍຊິງຕັນ, ດີຊີ ຫຼື ASEAN Committee in Washington DC (ACW), ພາຍໃຕ້ການເປັນປະທານໝູນວຽນຂອງໄທ, ໄດ້ມີການປຶກສາຫາລື ແລະ ເຫັນດີໃນການຈັດກິດຈະກຳຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສຳຄັນຂອງອາຊຽນ ແລະ ເພື່ອສ້າງໂອກາດໃນການພົບປະ, ປຶກສາຫາລື ແລະ ແລກປ່ຽນກ່ຽວກັບບັນຫາຕ່າງໆ ລະຫວ່າງບັນດາເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານ...
ສະຖານທູດ ແຫ່ງ ສປປ ລາວ ທີ່ ວໍຊິງຕັນ ດີຊີ ໄດ້ຈັດກິດຈະກຳຮ່ວມກັບສະຖານທູດ ສສ.ຫວຽດນາມ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລະຫວ່າງ ສປປລາວ ແລະ ສສ.ຫວຽດນາມ
ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງສອງວັນປະຫວັດສາດ (ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ) ແລະ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງສະຖານທູດລາວ-ຫວຽດນາມ, ໃນຕອນເຊົ້າຂອງວັນເສົາທີ 6 ສິງຫາ 2022, ເອກອັກຄະລັດຖະທູດແຫ່ງ ສປປລາວ...
ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ອາເມລິກາ ແລະ ການາດາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານສະຖາບັນອາເມລິກາ-ອາຊີ ໃນວັນທີ 4 ສິງຫາ...
ໃນຕອນເຊົ້າຂອງວັນຈັນທີ 4 ສິງຫາ 2022, ພະນະທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳສະຫະລັດອາເມລິກາ ແລະ ການາດາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Glenn Lau-Kee, ປະທານສະຖາບັນອາເມລິກາ-ອາຊີ (US-Asia Institution) ແລະ ຄະນະ ທີ່ປະຈໍາຢູ່ຫ້ອງການຂອງສະຖາບັນສາຂາທີ່ນິວຢອກ, ເພື່ອພົບປະທໍາຄວາມຮູ້ຈັກໃນໂອກາດທີ່ທ່ານເອກອັກຄະລັດຖະທູດໄດ້ຖືກແຕ່ງຕັ້ງມາຮັບໜ້າທີ່ໃໝ່ ແລະ ໃນໂອກາດທີ່ທ່ານ...
ພະນະທ່ານ ສີສະຫວາດ ອິນພະຈັນຕ້ອນຮັບການເຂົ້າຢ້ຽມຂໍານັບຈາກຄະນະນັກທຸລະກິດຈາກບໍລິສັດ Squire Patton Boggs ແລະ ນັກທຸລະກິດຄົນເຊື້ອຊາດລາວຈຳນວນໜຶ່ງ
ໃນຕອນບ່າຍຂອງວັນທີ 1 ກໍລະກົດ 2022, ພະນະທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳສະຫະລັດອາເມລິກາ ແລະ ການາດາ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບໂດຍຄະນະນັກທຸລະກິດຄົນອາເມລິກາ ແລະ ຄົົນເຊື້ອຊາດລາວຈຳນວນໜຶ່ງ ລວມມີ ທ່ານ Rodney, ອະດີດລັດຖະມົນຕີກະຊວງຄົມມະນາຄົມອາເມລິກາ; ທ່ານ Frank Samolis, ປະທານຮ່ວມໜ່ວຍງານການຄ້າສາກົນ,...
ພະນະທ່ານ ສີສະຫວາດ ອິນພະຈັນ, ພົບປະສອງຝ່າຍຮ່ວມກັບ ທ່ານ Daniel Kritenbrink, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ
ໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2022, ພະນະທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳສະຫະລັດອາເມລິກາ ແລະ ການາດາ ໄດ້ເຂົ້າພົບປະກັບທ່ານ Daniel Kritenbrink, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບພາກພື້ນອາຊີ-ປາຊີຟິກ ທີ່ ກະຊວງການຕ່າງປະເທດອາເມລິກາ, ເຊິ່ງການພົບປະດັ່ງກ່າວ ເປັນການພົບປະຄັ້ງທຳອິດ ພາຍຫຼັງທີ່ພະນະທ່ານ ສີສະຫວາດ ອິນພະຈັນ,...
ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ອາເມລິກາ ແລະ ການາດາ ເຂົ້າຢ້ຽມຂໍ່ານັບ ແລະ ຖ່າຍຮູບຮ່ວມກັບ...
ໃນຕອນບ່າຍ ຂອງວັນທີ 13 ມິຖຸນາ 2022, ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳສະຫະລັດອາເມລິກາ ແລະ ການາດາ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຖ່າຍຮູບເປັນທີ່ລະນຶກຮ່ວມກັບ ທ່ານ ໂຈ ໄບເດັນ, ປະທານາທິບໍດີອາເມລິກາ ທີ່ ທຳນຽບປະທານາທິບໍດີ (ທຳນຽບຂາວ) ຮ່ວມກັບບັນດາ...